ຂ້າມ

ນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວ

ນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວ

ບໍລິສັດ ເບຍລາວ ຈໍາກັດ ໄດ້ຄໍານຶງເຖິງການຮັກສາຂໍ້ມູນສ່ວນຕົວນັ້ນແມ່ນມີຄວາມສໍາຄັນທີ່ສຸດ ແລະ ມີຄວາມມຸ່ງໝັ້ນທີ່ຈະເຄົາລົບຄວາມເປັນສ່ວນຕົວຂອງທ່ານ ແລະ ປົກປ້ອງຂໍ້ມູນສ່ວນບຸກຄົນຂອງທ່ານ.

ນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້ໄດ້ກໍານົດແນວທາງຂອງ LBC (ພວກເຮົາ, ເຮົາ, ຂອງເຮົາ) ໃນການນໍາໃຊ້ຂໍ້ມູນສ່ວນຕົວ ແລະ ມາດຕະການທີ່ນໍາໃຊ້ໃນການປົກປ້ອງຂໍ້ມູນຂອງທ່ານ ແລະ ຈະເກັບຮັກສາໄວ້ຢ່າງປອດໄພ. ນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້ຈະມີຜົນບັງຄັບໃຊ້ຫາກທ່ານມີການສັ່ງຊື້ສິນຄ້າຈາກພວກເຮົາ, ໄດ້ຮັບການບໍລິການຈາກພວກເຮົາ, ການເຂົ້າຮ່ວມງານກິດຈະກໍາຕ່າງໆ ຫຼື ການສົ່ງເສີມການຄ້າ ຫຼື ການຕິດຕໍ່ພົວພັນອື່ນໆກັບພວກເຮົາ, ທີ່ລວມເຖິງການນໍາໃຊ້ ເວັບໄຊ້ (Website) ຕ່າງໆຂອງພວກເຮົາ ຫຼື ການຕິດຕໍ່ພົວພັນກັບພວກເຮົາຜ່ານທາງສື່ສັງຄົມຕ່າງໆ.

ກະລຸນາສະຫຼະເວລາໜ້ອຍໜຶ່ງເພື່ອທົບທວນລາຍລະອຽດຂອງນະໂຍບາຍນີ້ (ພ້ອມກັບນະໂຍບາຍ ຄຸກກີ້ (Cookie Policy) ແລະ ຂໍ້ກໍານົດໃນການນໍາໃຊ້, ແລະ ເອກະສານຕ່າງໆທີ່ອ້າງອີງເຖິງນະໂຍບາຍນີ້, ຖ້າຫາກທ່ານໄດ້ນໍາໃຊ້ website ໃດໜຶ່ງຂອງພວກເຮົາ). ຖ້າຫາກທ່ານເປັນລູກຄ້າຂອງເຮົາຢູ່ແລ້ວ, ລາຍລະອຽດການນໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານອາດຈະຖືກກໍານົດໄວ້ໃນສັນຍາຂອງທ່ານທີ່ເຮັດກັບພວກເຮົາແລ້ວ. ການແຈ້ງເພີ່ມເຕີມທີ່ເນັ້ນກ່ຽວກັບການນໍາໃຊ້ໃດໜື່ງທີ່ພວກເຮົາຕ້ອງການເຮັດໃຫ້ຂໍ້ມູນຄວາມເປັນສ່ວນຕົວຂອງທ່ານສາມາດເລືອກທີ່ຈະເຂົ້າຮ່ວມ ຫຼື ຄັກອອກໄດ້ ອາດຈະຖືກແຈ້ງໃຫ້ທ່ານ ໃນເວລາທີ່ພວກເຮົາຈະເກັບກໍາຂໍ້ມູນສ່ວນຕົວຈາກທ່ານ.

ນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້ໄດ້ອະທິບາຍແນວທາງໃນການປະຕິບັດກັບຄວາມເປັນສ່ວນຕົວ ແລະ ກວມລວມເອົາຂໍ້ມູນດັ່ງຕໍ່ໄປນີ້:

  1. ມີຂໍ້ມູນສ່ວນຕົວຫຍັງແດ່ທີ່ພວກເຮົາຈະເກັບຮວບຮວມ
  2. ພວກເຮົາຈະເຮັດຫຍັງກັບຂໍ້ມູນສ່ວນຕົວຂອງທ່ານ
  3. ພວກເຮົານໍາໃຊ້ Cookie ແນວໃດ
  4. ການນໍາໃຊ້ຫ້ອງສົນທະນາຂອງທ່ານ, ກະດານຂໍ້ຄວາມ ຫຼື ການຕິດຕໍ່ພົວພັນຕ່າງໆ
  5. ເຮົາປົກປ້ອງຂໍ້ມູນສ່ວນຕົວຂອງທ່ານແນວໃດ
  6. ສິດຂອງທ່ານ ແລະ ການຕິດຕໍ່ກັບພວກເຮົາ
  7. ການປັບປຸງນະໂຍບາຍດັ່ງກ່າວ

 

  1. ມີຂໍ້ມູນສ່ວນຕົວຫຍັງແດ່ທີ່ພວກເຮົາຈະເກັບຮວບຮວມ

ພວກເຮົາຈະເກັບຮວບຮວມ ແລະ ດໍາເນີນການກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານບາງສ່ວນ ຫຼື ທັງໝົດຕໍ່ໄປນີ້:

  • ຂໍ້ມູນກ່ຽວກັບທ່ານເຊັ່ນວ່າ: ຂໍ້ມູນກ່ຽວກັບຊື່, ທີ່ຢູ່, ອີເມວ, ເບີໂທລະສັບ, ຮູບຖ່າຍຂອງທ່ານ.
  • ລາຍລະອຽດການເຮັດທຸລະກໍາ ແລະ ປະຫວັດການຊື້ຂາຍຂອງທ່ານເຊັ່ນວ່າ: ລາຍລະອຽດຂອງການຊື້ຂາຍ, ທຸລະກໍາຕ່າງໆທີ່ທ່ານໄດ້ເຮັດລວມເຖິງການເຮັດຜ່ານທາງ website ຂອງພວກເຮົາ ຫຼື ຊ່ອງທາງອື່ນໆ ແລະ ລາຍລະອຽດຂອງສະຖານທີ່ຈັດສົ່ງ ແລະ ລາຍລະອຽດກ່ຽວກັບການຈັດຊື້ສິນຄ້າ.
  • ຂໍ້ມູນທີ່ພວກເຮົາເກັບກໍາກ່ຽວກັບການເຂົ້າຮ່ວມກິດຈະກໍາສົ່ງເສີມການຂາຍ ແລະ ການແຂ່ງຂັນ ຫຼື ການເຂົ້າຮ່ວມກິດຈະກໍາຂອງພວກເຮົາເຊັ່ນວ່າ: ຂໍ້ມູນທີ່ໃຫ້ໄວ້ໃນແບບຟອມການສະໜັກຂອງທ່ານ, ບັນທຶກໄວ້ໂດຍທ່ານ ຫຼື ພວກເຮົາເອງ, ລາຍລະອຽດກ່ຽວກັບ ແຂກຂອງທ່ານໃນການເຂົ້າຮ່ວມກິດຈະກໍາສົ່ງເສີມການຂາຍ ແລະ ການແຂ່ງຂັນທີ່ທ່ານໄດ້ເຂົ້າຮ່ວມ ຫຼື ຊະນະ, ຫຼື ລາຍລະອຽດກ່ຽວກັບກິດຈະກຳຕ່າງໆທີທ່ານໄດ້ເຂົ້າຮ່ວມ ລວມເຖິງລາຍລະອຽດກ່ຽວກັບໂພຊະນາການ ແລະ ການເຂົ້າຫາຕົວຊ່ວຍອື່ນໆທີ່ທ່ານອາດຈະມີ.
  • ຂໍ້ມູນກ່ຽວກັບການນຳໃຊ້ຫ້ອງສົນທະນາຂອງທ່ານ, ກະດານຂໍ້ຄວາມ, ໜ້າສື່ສັງຄົມຕ່າງໆ ຫຼື ການຕິດຕໍ່ພົວພັນອື່ນໆ ທີ່ລວມເຖິງຄໍາຄິດເຫັນ, ຮູບພາບ, ວິດີໂອ ຫຼື ຂໍ້ມູນຕ່າງໆທີ່ທ່ານໄດ້ເອົາລົງທາງອອນລາຍ
  • ຂໍ້ມູນກ່ຽວກັບ ແບບສອບສອບຖາມ, ການຕອບສະໜອງຂອງທ່ານຕໍ່ກັບການສໍາຫຼວດຕະຫຼາດທີ່ພວກເຮົາໄດ້ດໍາເນີນການ.
  • ການຕອບຂໍ້ຄວາມຂອງທ່ານ ທີ່ລວມໄປເຖິງຄໍາຕິຊົມ, ການຮ້ອງຮຽນ ແລະ ຄຳຄິດຄຳເຫັນຂອງທ່ານຜ່ານທາງໂທລະສັບ, ອີເມວ ຫຼື ສື່ສັງຄົມຕ່າງໆ, ຫຼື ການບັນທຶກອື່ນໆທາງອອນລາຍ, ເອກະສານ ຫຼື ການຕິດຕໍ່ສື່ສານບຸກຄົນໂດຍກົງ ແລະ ການຕິດຕໍ່ພົວພັນລະຫວ່າງພວກເຮົາ. ຖ້າຫາກທ່ານມີການຕິດຕໍ່ພົວພັນກັບພວກເຮົາທາງໂທລະສັບ, ພວກເຮົາຈະໄດ້ມີການເກັບກໍາລາຍລະອຽດຂອງເບີໂທທີ່ໃຊ້ໂທຫາພວກເຮົາ, ແລະຂໍ້ມູນຕ່າງໆທີ່ບັນທຶກໄວ້ຜ່ານການໂທ.
  • ຂໍ້ມູນທາງດ້ານເຕັກນິກ ກວມລວມເອົາທີ່ຢູ່ຂອງ ລະບຽບການອິນເຕີເນັດ (Internet protocol (IP)) ເພື່ອໃຊ້ໃນການເຊື່ອມຕໍ່ອິນເຕີເນັດເຂົ້າກັບຄອມພິວເຕີ້ຂອງທ່ານ, ຫຼື ຂໍ້ມູນການລົງທະບຽນເຂົ້າໃຊ້ຂອງທ່ານ, ປະເພດບຣາວເຊີ້ (browser) ແລະ ເວີເຊິນ (version) ຂອງທ່ານ, ການຕັ້ງຄ່າຂົງເຂດຂອງວລາ, browser plug in types and versions, ແລະ ການດໍາເນີນງານຂອງລະບົບ ແລະ ການແຈ້ງການ.
  • ຂໍ້ມູນກ່ຽວກັບການເຂົ້າຢ້ຽມຢາມ website ຂອງພວກເຮົາ ລວມເຖິງຕົວລະບຸແຫຼ່ງທີ່ມາທັງໝົດ (URL) clickstream, ຜ່ານ ແລະ ຈາກ website ຂອງພວກເຮົາ (ລວມເຖິງວັນທີ ແລະ ເວລາ), ສິນຄ້າທີ່ທ່ານເບິ່ງ ຫຼື ຊອກຫາ, ໜ້າທີ່ທ່ານເຂົ້າເຖິງ, ໜ້າທີ່ຕອບສະໜອງຕໍ່ເວລາ, ຄວາມຜິດພາດໃນການດາວໂລດ, ໄລຍະເວລາທີ່ທ່ານໃຊ້ເຂົ້າເຂົ້າຢ້ຽມຍາມໜ້າຕ່າງດັ່ງກ່າວ, ໜ້າທີ່ມີການຕອບໂຕ້ທາງຂໍ້ມູນ (ເຊັ່ນ: ການເລື່ອນ, ກົດ ແລະ ການຍ້າຍເມົ້າ (mouse), ແລະ ວິທີໃນການເຂົ້າເບິ່ງຈາກໜ້າເວັບໄຊ້.

ແຫຼ່ງທີ່ມາຂອງຂໍ້ມູນສ່ວນຕົວ

ພວກເຮົາເກັບກຳຂໍ້ມູນເປັນຈໍານວນຫຼາຍກ່ຽວກັບທ່ານ ໂດຍໄດ້ເກັບກໍາຂໍ້ມູນຈາກທ່ານໂດຍກົງ ຫຼື ການທີ່ທ່ານໄດ້ຕິດຕໍ່ພົວພັນກັບພວກເຮົາ, ທັງ website ແລະ ສື່ສັງຄົມຕ່າງໆຂອງພວກເຮົາ. ພວກເຮົາຍັງອາດຈະໄດ້ຮັບຂໍ້ມູນສ່ວນຕົວຈາກແຫຼ່ງທີ່ມາອື່ນໆອີກດ້ວຍເຊິ່ງລວມໄປເຖິງຄູ່ຮ່ວມທາງທຸລະກິດ, ການວິເຄາະຂໍ້ມູນຜູ້ໃຫ້ບໍລິການ, ການບໍລິການໃຫ້ຂໍ້ມູນຜ່ານການຄົ້ນຫາ, ຂໍ້ມູນຈາກການຕ້ານການສໍ້ໂກງ ແລະ ຂໍ້ມູນຈາກບຸກຄົນທີ່ສາມ, ລວມເຖີງລາຍການມາດຕະການຕ່າງໆ, ຂໍ້ມູນທາງທຸລະກິດ ແລະ ເຄື່ອງມືໃນການຄົ້ນຄວ້າ.

ຂໍ້ມູນສ່ວນຕົວທີ່ມີຄວາມລະອຽດອ່ອນ

ພາຍໃຕ້ກົດໝາຍການປົກປ້ອງຂໍ້ມູນສ່ວນຕົວ, ຂໍ້ມູນບາງປະເພດຖືວ່າມີຄວາມອ່ອນໄຫວເປັນພິເສດ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນທີ່ຕ້ອງໄດ້ຮັບການປົກປ້ອງເພີ່ມຕື່ມ. ເຊິ່ງປະເພດດັ່ງກ່າວລວມມີຂໍ້ມູນທາງດ້ານສຸຂະພາບ, ເຊື້ອຊາດ ຫຼື ຊົນເຜົ່າ, ຄວາມຄິດເຫັນທາງການເມືອງ, ຄວາມເຊື່ອທາງສາສະໜາ, ການເປັນສະມາຊິກຂອງກຳມະບານ ຫຼື ເພດສະພາບ, ຂໍ້ມູນທາງພັນທຸກຳ ແລະ ລາຍລະອຽດກ່ຽວກັບກາຍຍະພາບ.

ໃນສະຖານະການທີ່ມີການຈຳກັດ, ພວກເຮົາຈະຮວບຮວມ ແລະ ຈັດການຂໍ້ມູນສ່ວນຕົວທີ່ມີຄວາມລະອຽດອ່ອນ, ເຊັ່ນ: ເມື່ອເຮົາຈັດການກັບຄຳຮ້ອງຂໍຄວາມຊ່ວຍເຫຼືອສະເພາະທາງການແພດ ຫຼື ການຊ່ວຍໃຫ້ເຂົ້າເຖິງ ຫຼື ຄວາມຮຽກຮ້ອງຕ້ອງການຂໍ້ມູນສະເພາະທາງໂພຊະນາການຂອງທ່ານ ໂດຍການເຊື່ອມຕໍ່ເຂົ້າກັບການເຂົ້າຮ່ວມກິດຈະກຳຂອງທ່ານ, ເຊິ່ງມີການບົ່ງບອກເຖິງຄວາມເຊື່ອທາງສາສະໜາຂອງທ່ານ, ຕົວຢ່າງ ການເລືອກຮັບປະທານອາຫານ halal ຫຼື kosher ຫຼື ໃນກໍລະນີທີ່ເຮົາກວດສອບປະຫວັດຄວາມເປັນມາຂອງທ່ານເຊິ່ງອາດຈະເປີດເຜີຍຂໍ້ມູນກ່ຽວກັບການຄະດີຄວາມທາງອາຍາຂອງທ່ານ. ພວກເຮົາຈັດການຂໍ້ມູນສ່ວນຕົວທີ່ມີຄວາມລະອຽດອ່ອນນີ້ ຕາມການບັງຄັບໃຊ້ໃນກົດ   ໝາຍການປົກປ້ອງຂໍ້ມູນສ່ວນຕົວເຊິ່ງລວມໄປເຖິງການອະທິບາຍເພີ່ມເຕີມໃນສ່ວນທີ່ວ່າ “ພວກເຮົາຈະເຮັດຫຍັງກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ” ທາງດ້ານລຸ່ມ.

  1. ພວກເຮົາຈະເຮັດຫຍັງກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ

ຂື້ນກັບການຕິດຕໍ່ພົວພັນຂອງທ່ານກັບພວກເຮົາ, ເຊິ່ງເຮົາຈະໃຊ້ຂໍ້ມູນຂອງທ່ານເພື່ອວັດຖຸປະສົງດັ່ງຕໍ່ໄປນີ້:

  • ເພື່ອປັບປຸງ ແລະ ຈັດການກ່ຽວກັບຜະລິດຕະພັນ ແລະ ການໃຫ້ບໍລິການຕາມທີ່ທ່ານຕ້ອງການ. ເພື່ອປະຕິບັດຕາມພາລະໜ້າທີ່ຂອງເຮົາທີ່ເກີດຈາກການເຮັດສັນຍາລະຫວ່າງທ່ານ ແລະ ພວກເຮົາ, ເຊິ່ງລວມເຖິງການຈັດສົ່ງມອບສິນຄ້າ, ການດຳເນີນການ ຫຼື ການຍົກເລີກການສັ່ງສິນຄ້າ, ເພື່ອເປັນການໃຫ້ຂໍ້ມູນກັບທ່ານ, ຜະລິດຕະພັນ ແລະ ການບໍລິການຕາມທີ່ທ່ານຮ້ອງຂໍຈາກພວກເຮົາ ແລະ ການແຈ້ງປ່ຽນແປງໃຫ້ທ່ານຮັບຊາບກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ.
  • ເພື່ອປະສິດທິພາບໃນການຕິດຕໍ່ສື່ສານກັບທ່ານ. ເພື່ອຕອບຂໍ້ສົງໃສ, ຄໍາຄິດເຫັນ, ການຮ້ອງຮຽນ ຫຼື ການຕິດຕໍ່ສື່ສານຕ່າງໆ ເຊິ່ງລວມເຖິງທຸກໆຂໍ້ຄວາມສົງໃສກ່ຽວກັບຜະລິດຕະພັນຂອງພວກເຮົາ.
  • ເພື່ອຕິດຕາມກິດຈະກຳຕ່າງໆ ແລະ ບັນທຶກການຕິດຕໍ່ພົວພັນຂອງທ່ານກັບພວກເຮົາ. ເພື່ອຕິດຕາມການຕິດຕໍ່ສື່ສານຂອງພວກເຮົາກັບທ່ານລວມເຖີງການສ້າງຄວາມໝັ້ນໃຈໃນຄຸນນະພາບຂອງການບໍລິການ, ຂັ້ນຕອນການຮ້ອງຮຽນ ແລະ ຈຸດປະສົງໃນການເຮັດການຝຶກອົບຮົມ.
  • ເພື່ອໃຫ້ທ່ານໄດ້ຮັບອຸປະກອນທາງການຕະຫຼາດ. ເພື່ອໃຫ້ຂໍ້ມູນກັບທ່ານໂດຍການໍາສະເໜີ, ອີເມວ, ໂທລະສັບ, ຂໍ້ຄວາມ ຫຼື ທາງອອນລາຍ ຫຼື ການໂຄສະນາທາງສື່ສັງຄົມຕ່າງໆກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ ທີ່ພວກເຮົາຈະສະເໜີ ຜະລິດຕະພັນ ຫຼື ການບໍລິການທີ່ຄ້າຍຄືກັບສິ່ງທີ່ທ່ານໄດ້ເຄີຍສັ່ງຊື້ ແລະ ສອບຖາມມາກ່ອນແລ້ວນັ້ນ, ຫຼື ຕາມທີ່ທ່ານໄດ້ຍິນຍອມໃຫ້ມີການຕິດຕໍ່ເພື່ອຈຸດປະສົງເຫຼົ່ານັ້ນ. ພວກເຮົາອາດຈະໃຊ້ຂໍ້ມູນຂອງທ່ານເພື່ອເຮັດການຕະຫຼາດໃຫ້ກັບຜະລິດຕະພັນ ແລະ ການບໍລິການຂອງຄູ່ຮ່ວມທຸລະກິດຂອງພວກເຮົາ. ຕາມທີ່ກົດໝາຍໄດ້ກຳນົດແລ້ວ, ພວກເຮົາຈະຖາມໃຫ້ທ່ານສະແດງຄວາມຍິນຍອມໃນເວລາທີ່ເຮົາດຳເນີນການເກັບກຳຂໍ້ມູນເພື່ອໃຊ້ໃນການເຮັດການຕະຫຼາດຕາມຮູບແບບຕ່າງໆ. ພວກເຮົາຈະໃຫ້ທາງເລືອກກັບທ່ານໃນການຍົກເລີກຕິດຕາມ ຫຼື ເລືອກທີ່ຈະເຂົ້າຮ່ວມ ການຕິດຕໍ່ສື່ສານກັບຕະຫຼາດທາງເອເລັກໂຕນິກ ທີ່ຖືກສົ່ງຫາທ່ານ ເຊິ່ງທ່ານອາດຈະເລືອກເຂົ້າຮ່ວມ ຫຼື ບໍ່ ໄດ້ຕະຫຼອດເວລາໂດຍຕິດຕໍ່ກັບທາງພວກເຮົາ ໂດຍການນຳໃຊ້ລາຍລະອຽດທີ່ໄດ້ກຳນົດໄວ້ໃນສ່ວນຂອງ “ການຕິດຕໍ່ພົວພັນ” ທາງດ້ານລຸ່ມ.
  • ເພື່ອທໍາຄວາມເຂົ້າໃຈກ່ຽວກັບລູກຄ້າ ແລະ ເພື່ອການພັດທະນາ ແລະ ປັບແຕ່ງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ. ພວກເຮົາອາດຈະວິເຄາະຂໍ້ມູນສ່ວນຕົວທີ່ພວກເຮົາໄດ້ເກັບໄວ້ເພື່ອໃຊ້ໃນການວິເຄາະ ຫຼື ເພື່ອປະສິດທິພາບໃນຄວາມເຂົ້າໃຈການເຮັດໂຄສະນາທີ່ທາງເຮົາບໍລິການໃຫ້ກັບທ່ານ ແລະ ບຸກຄົນອື່ນໆ. ພວກເຮົາອາດຈະລາຍງານຂໍ້ມູນໂດຍລວມໃຫ້ກັບຜູ້ເຮັດໂຄສະນາ ແລະ ສ້າງຄຳແນະນຳ ແລະ ການແນະນຳໃຫ້ກັບທ່ານ, ລູກຄ້າຂອງພວກເຮົາ ແລະ ຜູ້ເຂົ້າໃຊ້ website ຂອງພວກເຮົາທີ່ມີຄວາມສົນໃຈກ່ຽວກັບຜະລິດຕະພັນ ແລະ ການບໍລິການເຊິ່ງອາດຈະເປັນການເຮັດໃຫ້ທ່ານສົນໃຈໃນສິ່ງເຫຼົ່ານັ້ນ.
  • ໃນການດຳເນີນການກ່ຽວກັບກິດຈະກໍາສົ່ງເສີມການຂາຍ ແລະ ການເຮັດການແຂ່ງຂັນ. ບ່ອນທີ່ທ່ານໄດ້ເຂົ້າຮ່ວມໃນການເຮັດກິດຈະກໍາສົ່ງເສີມການຂາຍ ແລະ ການແຂ່ງຂັນ ທີ່ລວມເຖິງການແຈ້ງໃຫ້ທ່ານຮູ້ວ່າທ່ານເປັນຜູ້ຊະນະ. ຖ້າຫາກທ່ານຊະນະລາງວັນ, ຕາມກົດໝາຍທ້ອງຖິ່ນພວກເຮົາອາດຈະມີການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ແລະ ແຂກຂອງທ່ານເທິງ website ຂອງເຮົາ ແລະ ໜ້າສື່ສັງຄົມຕ່າງໆ. ນອກຈາກນີ້ພວກເຮົາອາດຈະໃຫ້ຂໍ້ມູນຂອງທ່ານກັບບຸກຄົນທີ່ສາມ ຜູ້ທີ່ອາດຕ້ອງການຂໍ້ມູນເພື່ອວັດຖຸປະສົງໃນການເຮັດລາງວັນ.
  • ເພື່ອການປ້ອງກັນການສໍ້ໂກງ. ພວກເຮົາ ແລະ ພາກສ່ວນຕ່າງໆອາດຈະເຂົ້າເຖິງ ແລະ ໃຊ້ຂໍ້ມູນບາງຢ່າງເພື່ອປ້ອງກັນການສໍ້ໂກງຕາມລະບຽບກົດໝາຍ ແລະ ລະບຽບການ ໃນໄລຍະເວລາໃດໜື່ງ. ຖ້າຫາກມີການໃຫ້ຂໍ້ມູນທີ່ຜິດ ແລະ ບໍ່ຖືກຕ້ອງ ແລະ ມີການລະບຸ ຫຼື ສົງໃສວ່າມີການສໍ້ໂກງ ລາຍລະອຽດຕ່າງໆອາດຖືກສົ່ງຕໍ່ໄປຍັງໜ່ວຍງານປ້ອງກັນການສໍ້ໂກງ ແລະ ພາກສ່ວນອື່ນໆ ແລະ ອາດຈະຖືກບັນທຶກໂດຍພາກສ່ວນເຫຼົ່ານັ້ນ.
  • ເພື່ອປັບປຸງ ແລະ ບໍລິຫານ website ຂອງພວກເຮົາ ແລະ ເພື່ອສ້າງຄວາມໝັ້ນໃຈວ່າເນື້ອຫາທີ່ກ່ຽວຂ້ອງ. ເພື່ອສ້າງຄວາມໝັ້ນໃຈວ່າມີພຽງແຕ່ຜູ້ໃຫຍ່ທີ່ເຖິງເກນອາຍຸທີ່ສາມາດດື່ມທາດເຫຼົ້າໄດ້ຕາມກົດໝາຍເທົ່ານັ້ນທີ່ສາມາດເຂົ້າເບິ່ງ ແລະ ມີປະສານງານຕໍ່ກັບ website ຂອງພວກເຮົາ; ເພື່ອປັບປຸງ website ຂອງພວກເຮົາແລະ ກວດສອບໃຫ້ມີຄວາມແນ່ໃຈວ່າມີການນຳສະເໜີເນື້ອຫາຢ່າງມີປະສິດທິພາບສູງສຸດໃຫ້ກັບທ່ານ ແລະ ຄອມມພິວເຕີ້ຂອງທ່ານ; ເພື່ອບໍລິຫານຈັດການ website ຂອງພວກເຮົາ ແລະ ເພື່ອດຳເນີນການທາງພາຍໃນລວມເຖິງການແກ້ໄຂບັນຫາໃນການວິເຄາະຂໍ້ມູນໃນການທົດສອບ ແລະ ເຮັດການຄົ້ນຄວ້າວິໄຈທາງສະຖິຕິ ແລະ ຈຸດປະສົງເພື່ອການສໍາຫຼວດ; ເພື່ອອະນຸຍາດໃຫ້ທ່ານສາມາດເຂົ້າຮ່ວມ/ຫຼືລົງທະບຽນໃນການບໍລິການໃນລັກສະນະແບບທີ່ມີການສ່ື່ສານຫາກັນ ແລະ ກັນ ຂອງພວກເຮົາ; ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງພວກເຮົາໃນການເຮັດໃຫ້ website ຂອງພວກເຮົາໃຫ້ປອດໄພຢູ່ຕະຫຼອດ; ເພື່ອສ້າງຄວາມໝັ້ນໃຈວ່າເນື້ອຫາທີ່ພວກເຮົານຳສະເໜີແມ່ນມີປະສິດທິພາບສູງສຸດສຳຫຼັບທ່ານ ແລະ ອຸປະກອນເຄື່ອງໃຊ້ຂອງທ່ານ.
  • ເພື່ອປະຕິບັດຕາມພັນທະທາງກົດໝາຍ ແລະ ລະບຽບການຕ່າງໆ, ພວກເຮົາອາດຈະດໍາເນີນການກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານເພື່ອໃຫ້ສອດຄ້ອງກັບລະບຽບກົດໝາຍຂອງພວກເຮົາເຊິ່ງອາດລວມໄປເຖິງການເປີດເຜີຍຂໍ້ມູນສ່ວນຕົວໃຫ້ກັບບຸກຄົນທີ່ສາມ, ເຊິ່ງລວມເຖິງການໃຫ້ຂໍ້ມູນຕໍ່ສານ ແລະ/ຫຼື ໜ່ວຍງານທີ່ກຳກັບການເບິ່ງແຍງທາງດ້ານການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງກັບການໄຕ່ສວນ, ການດໍາເນີນການຄະດີ ຫຼື ການສືບສວນບຸກຄົນດັ່ງກ່າວບ່ອນໃດກໍໄດ້ໃນໂລກນີ້ ຫຼື ບ່ອນທີ່ຖືກບັງຄັບໃຫ້ປະຕິບັດຕາມທີ່ໄດ້ກ່າວມານັ້ນ.

ຖ້າຫາກທ່ານມີຂໍ້ຂ້ອງໃຈກ່ຽວກັບກົດໝາຍທີ່ພວກເຮົາໃຊ້ໃນການອ້າງອີງ ກະລຸນາຕິດຕໍ່ພວກເຮົາຕາມລາຍລະອຽດຂໍ້ມູນໃນການ “ຕິດຕໍ່” ທາງດ້ານລຸ່ມ.

ການເປີດເຜີຍຂໍ້ມູນຂອງທ່ານ

ນອກເໜືອຈາກບຸກຄົນທີ່ສາມທີ່ກ່າວເຖິງໃນເບື້ອງຕົ້ນແລ້ວ, ພວກເຮົາອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບສະມາຊິກໃນກຸ່ມຂອງພວກເຮົາ, ເຊິ່ງພວກເຮົາໝາຍເຖິງບໍລິສັດໃນເຄື່ອຂອງພວກເຮົາ, ບໍລິສັດທີ່ຖືີຮຸ້ນສູງສຸດ ແລະ ຄູ່ຄ້າລາຍຍ່ອຍ, ເຊິ່ງອາດຈະມີການນຳໃຊ້ເພື່ອຈຸດປະສົງຕາມທີ່ໄດ້ລະບຸໄວ້ໃນເບື້ອງຕົ້ນ. ນອກຈາກນີ້ ພວກເຮົາອາດຈະແບ່ງປັນຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຜູ້ໃຫ້ບໍລິການບຸກຄົນທີ່ສາມ (ເຊັ່ນ ໃຫ້ຂໍ້ມູນກັບຝ່າຍຂາຍ, ໄອທີ ຫຼື ຝ່າຍບໍລິຫານ) ເຊິ່ງອາດດຳເນີນການໃນນາມຂອງພວກເຮົາເພື່ອຈຸດປະສົງຕ່າງໆທີ່ໄດ້ກ່າວມາໃນເບື້ອງຕົ້ນ.

ພວກເຮົາຈະບໍ່ເປີດເຜີຍຂໍ້ມູນທີ່ລະບຸຕົວຕົນຂອງບຸກຄົນເພື່ອໃຊ້ໃນການເຜີຍແຜ່ໂຄສະນາ, ແຕ່ພວກເຮົາອາດຈະໃຫ້ຂໍ້ມູນໂດຍລວມກ່ຽວກັບຜູ້ຊົມໃຊ້ຂອງພວກເຮົາ (ເຊັ່ນ ພວກເຮົາໃຫ້ຂໍ້ມູນຂອງຜູ້ຊາຍຈຳນວນ 500 ຄົນທີ່ມີອາຍຸຕໍ່າກວ່າ 30 ປີເພື່ອໂຄສະນາເຜີຍແຜ່ສິ່ງທີ່ພວກເຂົາເຮັດໃນແຕ່ລະມື້). ພວກເຮົາອາດຈະນໍາໃຊ້ຂໍ້ມູນໂດຍລວມເພື່ອຊ່ວຍໃຫ້ການໂຄສະນາເຂົ້າເຖິງກຸ່ມເປົ້າໝາຍ (ເຊັ່ນ ຜູ້ຍິງໃນເຂດທ້ອງຖິ່ນສະເພາະໃດໜຶ່ງ). ພວກເຮົາອາດໃຊ້ຂໍ້ມູນສ່ວນຕົວທີ່ພວກເຮົາເກັບຮວບຮວມຈາກທ່ານເພື່ອໃຫ້ເຮົາສາມມາດເຮັດຕາມຄວາມຕ້ອງການຂອງພວກເຮົາໂດຍການໂຄສະນາເຜີ່ຍແຜ່ໄປຍັງກຸ່ມເປົ້າໝາຍ.

  1. ພວກເຮົານຳໃຊ້ "cookies" ແນວໃດ ?

Website ຂອງພວກເຮົານໍາໃຊ້ cookie ຈໍາແນກທ່ານອອກຈາກຜູ້ໃຊ້ຄົນອື່ນ. ເຊິ່ງຊ່ວຍພວກເຮົາໃນການໃຫ້ປະສົບການທີ່ດີກັບທ່ານ ເມື່ອທ່ານເຂົ້າໃນ website ຂອງເຮົາ ແລະ ເພື່ອກວດສອບໃຫ້ໝັ້ນໃຈວ່າເນື້ອຫານັ້ນກ່ຽວຂ້ອງກັບທ່ານ. ຫາກຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບວິທີການນໍາໃຊ້ cookies ກະລຸນາເຂົ້າຢ້ຽມຢາມ ນະໂຍບາຍ Cookie Policy ຂອງພວກເຮົາ.

  1. ການນຳໃຊ້ຫ້ອງສົນທະນາຂອງທ່ານ, ກະດານຂໍ້ຄວາມ ຫຼື ການຕິດຕໍ່ພົວພັນຕ່າງໆ

ພວກເຮົາສະເໜີຫ້ອງສົນທະນາ, ກະດານຂໍ້ຄວາມ ຫຼື ກະດານຂ່າວ ຫຼື ພື້ນທີ່ໃຫ້ຜູ້ເຂົ້າຮ່ວມສາມາດ ຂຽນຄວາມຄິດເຫັນ ຫຼື ຂໍ້ມູນເພີ່ມເຕີມເພື່ອຄວາມເພີດເພີນຂອງຜູ້ເຂົ້າຢ້ຽມຢາມ. ຖ້າຫາກທ່ານເຂົ້າຮ່ວມໃນຫ້ອງສົນທະນາ, ກະດານຂ່າວ ຫຼື ພື້ນທີ່ໃຫ້ຕອບໂຕ້ເຊິ່ງອາດມີການ ຂຽນຂໍ້ມູນສ່ວນຕົວເທິງ website ຂອງພວກເຮົາ, ນອກເໜືອຈາກການອ່ານນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້, ກະລຸນາກວດສອບນະໂຍບາຍຂອງຫ້ອງສົນທະນາກ່ອນເຂົ້ານຳໃຊ້, ຢ່າງທີ່ທ່ານຮູ້ວ່າທຸກຢ່າງທີ່ໂພສດລົງໃນໂລກອອນລາຍ ແມ່ນທຸກຄົນໃນໂລກນີ້ສາມາດເຫັນໄດ້. ພວກເຮົາບໍ່ໄດ້ເປັນຕົວແທນ ແລະ ມີຂໍ້ຜູກມັດໃດໆກໍຕາມກັບຂໍ້ມູນທີ່ທ່ານໂພສດລົງຢ່າງສະໝັກໃຈ.

  1. ພວກເຮົາປົກປ້ອງຂໍ້ມູນສ່ວນຕົວຂອງທ່ານແນວໃດ

ຂໍ້ມູນສ່ວນຕົວຂອງທ່ານຖືກເກັບຮັກສາໄວ້ຢູ່ໃສ?

ຂໍ້ມູນທີ່ພວກເຮົາເກັບຮວບຮວມມາຈາກທ່ານນັ້ນຈະຖືກໂອນໄປ ແລະ ເກັບຮັກສາໄວ້ໃນ Microsoft Azure cloud ຢູ່ທີ່ທະວີບເອີລົບໃນເມືອງ Amsterdam. ຂໍ້ມູນດັ່ງກ່າວອາດຈະຖືກປະເມີນຜົນໂດຍພະນັກງານທົ່ວໂລກທີ່ເຮັດວຽກໃຫ້ກັບພວກເຮົາ ຫຼື ຜ່ານທາງ ກຸ່ມບໍລິສັດຄາສເບີກ Carlsberg. ພະນັກງານດັ່ງກ່າວອາດມີສ່ວນຮ່ວມໃນການດໍາເນີນການຕາມຄຳສັ່ງຂອງທ່ານໂດຍການປະເມີນຜົນຜ່ານລາຍລະອຽດການຈ່າຍເງິນຂອງທ່ານ ຫຼື ການສະໜັບສະໜຸນການບໍລິການອື່ນໆ.

ຂໍ້ມູນສ່ວນຕົວຂອງທ່ານຈະຖືກເກັບຮັກສາໄວ້ດົນປານໃດ?

ຂໍ້ມູນສ່ວນຕົວຂອງທ່ານຈະບໍ່ຖືກເກັບໄວ້ດົນເກີນກວ່າທີ່ກົດໝາຍອະນຸຍາດ ແລະ ຈະຖືກເກັບຮັກສາໄວ້ດົນຕາມຄວາມຈຳເປັນ ເພື່ອເປັນການຕອບສະໜອງທ່ານກ່ຽວກັບສິນຄ້າ, ການບໍລິການ ຫຼື ຂໍ້ມູນຕ່າງໆ ຫຼື ເພື່ອຈຸດປະສົງຕ່າງໆທີ່ກຳນົດໄວ້ພາຍໃຕ້ຫົວຂໍ້ ‘ເຮົາເຮັດຫຍັງແດ່ກ່ຽວກັບຂໍ້ມູນ” ຕາມທາງຂ້າງເທິງ.

ຕົວຢ່າງ, ພວກເຮົາອາດຈະຮັກສາພຽງລາຍລະອຽດການເຮັດທຸລະກໍາ ແລະ ການຕອບໂຕ້ຂໍ້ຄວາມຈົນກວ່າເວລາທີ່ກໍານົດໄວ້ໃນການຮ້ອງຟ້ອງຂອງການເຮັດທຸລະກໍາດັ່ງກ່າວສິ້ນສຸດລົງ, ຫຼື ຈະປະຕິບັດຕາມຂໍ້ກໍານົດທາງກົດໝາຍອື່ນໆກ່ຽວກັບການກໍານົດອາຍຸຂອງການເກັບຂໍ້ມູນດັ່ງກ່າວ.

ພວກເຮົາຈະເຮັດຫຍັງແດ່ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ?

ພວກເຮົາຈະດຳເນີນທຸກໆຂັ້ນຕອນຢ່າງເໝາະສົມເພື່ອໃຫ້ໝັ້ນໃຈວ່າຂໍ້ມູນສ່ວນຕົວຂອງທ່ານຈະຖືກເກັບຮັກສາໄວ້ຢ່າງປອດໄພ ແລະ ຢ່າງຖືກຕ້ອງຕາມນະໂຍບາຍນີ້.

ໃນກໍລະນີທີ່ເຮົາໃຫ້ລະຫັດຜ່ານກັບທ່ານ (ຫຼື ກໍລະນີທີ່ທ່ານເປັນຄົນເລືອກ) ລະຫັດຜ່ານທີ່ໃຫ້ທ່ານສາມາດເຂົ້າເຖິງສ່ວນໜຶ່ງຂອງ website ໄດ້, ທ່ານມີໜ້າທີ່ຕ້ອງຮັບຜິດຊອບໃນການຮັກສາລະຫັດຜ່ານນີ້ໄວ້ເປັນຄວາມລັບ ພວກເຮົາຮ້ອງຂໍໃຫ້ທ່ານບໍ່ແບ່ງປັນລະຫັດຜ່ານນີ້ໃຫ້ກັບໃຜ.

ໜ້າເສຍດາຍທີ່ການສົ່ງຂໍ້ມູນຜ່ານອິນເຕີເນັດບໍ່ໄດ້ປອດໄພຢ່າງສົມບູນ. ດັ່ງນັ້ນ ພວກເຮົາຈະເຮັດໃຫ້ດີທີ່ສຸດເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ. ເຖີງວ່າພວກເຮົາຈະຮັກສາຂໍ້ມູນຂອງທ່ານສຸດຄວາມສາມາດ, ພວກເຮົາບໍ່ສາມາດຮັບປະກັນໄດ້ວ່າຄວາມປອດໄພຂອງຂໍ້ມູນທີ່ສົ່ງໄປຍັງ website ຂອງເຮົາ-ການສົ່ງຂໍ້ມູນໃດໆ ແມ່ນຈະຖືວ່າເປັນຄວາມສ່ຽງຂອງທ່ານເອງ. ເມື່ອພວກເຮົາໄດ້ຮັບຂໍ້ມູນຈາກທ່ານ, ພວກເຮົາຈະນໍາໃຊ້ຂັ້ນຕອນ ແລະ ມາດຕະຖານການຮັກສາຄວາມປອດໄພຢ່າງເຂັ້ມງວດ ເພື່ອຈະພະຍາຍາມປ້ອງກັນການເຂົ້າເຖິງຂໍ້ມູນດັ່ງກ່າວໂດຍບໍ່ໄດ້ຮັບອະນຸຍາດ.

ແມ່ນຫຍັງທີ່ເຮັດໃຫ້ມີການເຊື່ອມຕໍ່ (link) ໄປຍັງບ່ອນອື່ນໆ?

Website ແລະ ສື່ສັງຄົມຕ່າງໆຂອງພວກເຮົາອາດຈະເຊື່ອມຕໍ່ໄປຍັງເຄື່ອຂາຍຂອງຄູ່ຮ່ວມທຸລະກິິດຂອງເຮົາໄດ້, ບຸກຄົນທີ່ກ່ຽວຂ້ອງ ແລະ ບຸກຄົນທີ່ສາມ. ຖ້າຫາກທ່ານຕິດຕາມ link ໄປຍັງໜ້າຂອງ website ເຫຼົ່ານີ້, ກະລຸນາຮັບຊາບວ່າ website ເຫຼົ່ານີ້ມີນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວຂອງມັນເອງຢູ່ແລ້ວ. ກະລຸນາກວດສອບນະໂຍບາຍເຫຼົ່ານີ້ກ່ອນທີ່ທ່ານຈະສົ່ງຂໍ້ມູນສ່ວນຕົວໃດໆເທິງໜ້າ website ເຫຼົ່ານີ້.

  1. ສິດຂອງທ່ານ ແລະ ການຕິດຕໍ່ພົວພັນກັບພວກເຮົາ

ການຕະຫຼາດ

ທ່ານມີສິດທີ່ຈະຂໍໃຫ້ພວກເຮົາບໍ່ປະເມີນຂໍ້ມູນສ່ວນຕົວຂອງທ່ານເພື່ອຈຸດປະສົງທາງການຕະຫຼາດ. ພວກເຮົາຈະແຈ້ງທ່ານເປັນປະຈໍາ ຫຼື ເກັບກໍາຄໍາຍິນຍອມຂອງທ່ານ (ກ່ອນທີ່ຈະເກັບກຳຂໍ້ມູນຂອງທ່ານ)  ຖ້າພວກເຮົາມີຄວາມຕັ້ງໃຈຈະໃຊ້ຂໍ້ມູນຂອງທ່ານເພື່ອຈຸດປະສົງດັ່ງກ່າວ ຫຼື ຖ້າຫາກພວກເຮົາຕັ້ງໃຈເປີດເຜີຍຂໍ້ມູນຂອງທ່ານໃຫ້ກັບບຸກຄົນທີ່ສາມເພື່ອຈຸດປະສົງດັ່ງກ່າວ ທ່ານສາມາດໃຊ້ສິດຂອງທ່ານເພື່ອປ້ອງກັນການດຳເນີນການໂດຍການເຮັດເຄື່ອງໝາຍບາງຢ່າງໃສ່ຊ່ອງແບບຟອມຂອງເຮົາທີ່ພວກເຮົານຳໃຊ້ເພື່ອເກັບກຳຂໍ້ມູນຂອງທ່ານ ຫຼື ກົດໃສ່ຊ່ອງຍົກເລີກຕິດຕາມທາງດ້ານລຸ່ມຂອງອີເມວ ທີ່ພວກເຮົາສົ່ງຫາທ່ານເພື່ອຈຸດປະສົງໃນການເຮັດການຕະຫຼາດ. ທ່ານສາມາດໃຊ້ສິດໄດ້ຕະຫຼອດເວລາໂດຍການຕິດຕໍ່ຫາພວກເຮົາທີ່ onlinesupport@beerlao.la.

ການປັບປຸງຂໍ້ມູນ

ເຮົາຈະໃຊ້ຄວາມພະຍາຍາມຢ່າງສົມເຫດສົມຜົນເພື່ອໃຫ້ໝັ້ນໃຈວ່າຂໍ້ມູນສ່ວນຕົວຂອງທ່ານຖືກຕ້ອງ. ເພື່ອຊ່ວຍເຫຼືອພວກເຮົາໃນເລື່ອງນີ້ ທ່ານຄວນແຈ້ງໃຫ້ພວກເຮົາຮັບຊາບການປ່ຽນແປງຂໍ້ມູນສ່ວນຕົວທີ່ທ່ານໃຫ້ກັບພວກເຮົາໂດຍຕິດຕໍ່ຫາພວກເຮົາຕາມລາຍລະອຽດທີ່ໄດ້ກຳນົດໄວ້ໃນສ່ວນ “ການຕິດຕໍ່ພົວພັນ” ຂ້າງລຸ່ມນີ້.

ການຕິດຕໍ່ພົວພັນ

ພວກເຮົາຍິນດີຕອບຮັບທຸກຄຳຖາມ, ຄຳຄິດເຫັນ ແລະ ຂໍ້ສົງໄສໃນນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້ ແລະ ທ່ານສາມາດສົ່ງຫາໄດ້ຕາມທີ່ຢູ່ onlinesupport@beerlao.la

  1. ການປັບປຸງນະໂຍບາຍສະບັບນີ້

    ທຸກໆການປ່ຽນແປງທີ່ເຮົາເຮັດກັບນະໂຍບາຍນີ້ພວກເຮົົາຈະຂຽນລົງໃນໜ້ານີ້, ແລະ ແຈ້ງໃຫ້ທ່ານຮັບຮູ້ທາງອີເມວ ຕາມທີ່ເຫັນວ່າເໝາະສົມ; ກະລຸນາກວດເບິ່ງຄືນເປັນປະຈໍາເພື່ອຈະໄດ້ເຫັນການປັບປຸງ ຫຼື ການປ່ຽນແປງຂອງນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້.

ນະໂຍບາຍຄວາມເປັນສ່ວນຕົວນີ້ແມ່ນຖືກປັບປຸງລ່າສຸດໃນ ວັນທີ 30. ເດືອນມິຖຸນາປີ 2020.