ຂໍ້ກໍານົດ ແລະ ເງື່ອນໄຂທົ່ວໄປ
ຂໍ້ກໍານົດ ແລະ ເງື່ອນໄຂທົ່ວໄປ
ຂໍ້ກໍານົດ ແລະ ເງື່ອນໄຂນີ້ ແມ່ນເປັນການກໍານົດແບບທົ່ວໄປ. ກໍລະນີທີ່ມີຂໍ້ຂັດແຍ່ງໃດໆລະຫວ່າງ ຂໍ້ກໍານົດ ແລະ ເງື່ອນໄຂທົ່ວໄປນີ້ ກັບສັນຍາຮ້ານຄ້າທີ່ລູກຄ້າໄດ້ເຊັນກັບບໍລິສັດແຍກຕ່າງ ຫາກ ແມ່ນໃຫ້ຖືເອົາຂໍ້ກໍານົດ ແລະ ເງື່ອນໄຂທາງການຄ້າໃນສັນຍາຮ້ານຄ້າເປັນຫຼັກ.
1. ຈຸດປະສົງ
1.1. ຂໍ້ກໍານົດ ແລະ ເງື່ອນໄຂເຫຼົ່ານີ້ ແມ່ນກໍານົດກ່ຽວກັບການທຸລະກໍາການສັ່ງຊື້ຜະລິດຕະພັນ ຫຼື ສິນຄ້າ ຜ່ານລະບົບແອວບີຊີເຊີບ ລະຫວ່າງບໍລິສັດ ແລະ ລູກຄ້າ (ເຊິ່ງຕໍ່ໄປນີ້ເອີ້ນວ່າ ຊ່ອງທາງການຄ້າ).
1.2. ການເຂົ້າເຖິງລະບົບແອວບີຊີເຊີບ ເພື່ອນໍາໃຊ້ສັ່ງຊື້ຜະລິດ ຕະພັນ ຫຼື ສິນຄ້າຂອງບໍລິສັດ ໝາຍເຖິງ ລູກຄ້າທີ່ໄດ້ເຊັນສັນຍາຮ້ານຄ້າກັບບໍລິສັດ ແລະ ໄດ້ຮັບລະຫັດຂອງລູກຄ້າຈາກບໍລິສັດ ເພື່ອທໍາການເປີດໃຊ້ງານບັນຊີໃນລະບົບແອວບີຊີເຊີບ ແລະ ຈະໄດ້ຮັບລະຫັດຜ່ານຂໍ້ຄວາມທີ່ສົ່ງໃຫ້ເບີໂທລະສັບສະເພາະທີ່ລູກຄ້າໄດ້ແຈ້ງກັບບໍລິສັດ. ລູກຄ້າມີພັນທະໃນການຮັກສາລະຫັດໄວ້ເປັນ ຄວາມລັບ ແລະ ຮັບປະກັນວ່າບຸກຄົນທີສາມແມ່ນບໍ່ສາມາດເຂົ້າເຖິງຊ່ອງທາງການສັ່ງຊື້ໄດ້. ຖ້າບໍ່ດັ່ງນັ້ນ, ລູກຄ້າແມ່ນຈະມີຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຈາກການນຳໃຊ້ລະຫັດຂອງບຸກຄົນທີສາມ.
2. ຜະລິດຕະພັນ ແລະ ລາຄາ
2.1. “ຜະລິດຕະພັນ” ໝາຍເຖິງ ລາຍການສິນຄ້າຍີ່ຫໍ້ຕ່າງໆທັງໝົດຂອງບໍລິສັດທີ່ປະກົດຢູ່ໃນຊ່ອງທາງການຄ້ານີ້.
2.2. ບໍລິສັດສະຫງວນສິດໃນການປ່ຽນແປງໃດໆກ່ຽວກັບຜະລິດຕະພັນທີ່ມີຢູ່ໃນຊ່ອງທາງການຄ້ານີ້ ລວມມີແຕ່ບໍ່ໄດ້ຈໍາກັດສະເພາະແຕ່ກໍລະນີທີ່ມີການເພີ່ມ ຫຼື ອອກຜະລິດຕະພັນໃໝ່ ຫຼື ມີການຖອດຜະລິດຕະພັນອອກ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ຊາບລ່ວງໜ້າ.
2.3. ລາຄາ ໝາຍເຖິງ ລາຄາຂາຍທີ່ກຳນົດໂດຍບໍລິສັດເພື່ອຂາຍໃຫ້ລູກຄ້າ. ບໍລິສັດສະຫງວນສິດໃນການປ່ຽນແປງລາຄາ ລວມທັງແຕ່ບໍ່ຈໍາກັດແຕ່ ການເພີ່ມຂຶ້ນ, ຫຼຸດລົງ, ຫຼື ການໃຫ້ສ່ວນຫຼຸດ. ການປ່ຽນແປງລາຄາ ແມ່ນຈະມີຜົນສັກສິດຕາມວັນເວລາທີ່ກໍານົດໃນແຈ້ງການຂອງບໍລິສັດ ທີ່ໄດ້ແຈ້ງສູ່ສາທາລະນະໃນແຕ່ລະໄລຍະ. ລາຄາສິນຄ້າທັງໝົດແມ່ນລວມອາກອນແລ້ວ. ເວັ້ນເສຍແຕ່ໄດ້ລະບຸເປັນຢ່າງອື່ນໃນກົດໝາຍທີ່ມີການບັງຄັບໃຊ້.
3. ຄຳສັ່ງຊື້ ແລະ ການຊຳລະ
3.1. ລູກຄ້າຈະສົ່ງຄຳສັ່ງຊື້ (PO) ຜ່ານຊ່ອງທາງການຄ້ານີ້.
3.2. ຄຳສັ່ງຊື້ທີ່້ເຮັດໂດຍລູກຄ້າຈະຖືວ່າສຳເລັດຢ່າງສົມບູນ ກໍຕໍ່ເມື່ອໄດ້ຮັບການຢືນຢັນຄຳສັ່ງຊື້ດັ່ງກ່າວເທົ່ານັ້ນ. ເມື່ອມີການຢັນຢືນຄຳສັ່ງຊື້ຢ່າງສົມບູນແລ້ວ, ລູກຄ້າ ບໍ່ສາມາດຍົກເລີກຄຳສັ່ງຊື້ທີ່ສົມບູນໄດ້ ເວັ້ນເສຍແຕ່ ທີ່ໄດ້ກໍານົດໄວ້ໃນຂໍ້ 3.3 ຫຼື ມີການເຫັນດີເປັນຢ່າງອື່ນທີ່ເປັນລາຍລັກອັກສອນຈາກບໍລິສັດ.
3.3. ລູກຄ້າສາມາດຍົກເລີກຄຳສັ່ງຊື້ໄດ້ ໃນກໍລະນີທີ່ຍັງບໍ່ໄດ້ຮັບການຢືນຢັນຄໍາສັ່ງຊື້ເທົ່ານັ້ນ. ໃນກໍລະນີທີ່ບໍ່ມີສິນຄ້າໃນສາງ, ບໍລິສັດສະຫງວນສິດໃນການດັດແກ້ຈໍານວນ ຫຼື ຍົກເລີກລາຍການຜະລິດຕະພັນໃດໜຶ່ງໄດ້ ໂດຍແຈ້ງໃຫ້ລູກຄ້າຊາບ.
3.4. ລູກຄ້າຕ້ອງຈ່າຍເງິນຕາມມູນຄ່າທີ່ໄດ້ລະບຸໄວ້ໃນໃບບິນອາກອນໃນເວລາທີ່ມີການຈັດສົ່ງ, ເປັນເງິນສົດ ຫຼື ຈ່າຍຜ່ານຄິວອາ. ມູນຄ່າດັ່ງກ່າວອາດລວມເອົາຄ່າມັດຈໍາຊັບສິນທີ່ຕ້ອງສົ່ງຄືນ (ລັງ, ພາເລັດ, ແກ້ວເປົ່າ, ແລະ ອື່ນໆ), ຖ້າມີ, ເຊິ່ງລູກຄ້າສາມາດຮຽກຄືນຄ່າມັດຈໍາໄດ້ ໃນເວລາທີ່ສົ່ງຄືນຊັບສິນທີ່ຕ້ອງສົ່ງຄືນນັ້ນ ໂດຍຕ້ອງຢູ່ໃນສະພາບທີ່ສາມາດໃຊ້ງານໄດ້. ເວັ້ນເສຍແຕ່ໄດ້ກໍານົດເປັນຢ່າງອື່ນທີ່ເປັນລາຍລັກອັກສອນ.
3.5. ຖ້າຫາກບໍລິສັດໄດ້ປະກາດປ່ຽນແປງລາຄາ ກ່ອນທີ່ຈະມີການຢືນຢັນຄຳສັ່ງຊື້, ຄຳສັ່ງຊື້ດັ່ງກ່າວແມ່ນຈະຖືກຢືນຢັນຢ່າງສົມບູນໃນລາຄາທີ່ຖືກປ່ຽນແປງ.
4. ຄະແນນຈິງໃຈ
4.1. ຄະແນນຈິງໃຈ ໝາຍເຖິງ ຄະແນນສະສົມທີ່ໄດ້ມາຈາກການສັ່ງຊື້ຜະລິດຕະພັນ ຫຼື ສິນຄ້າຂອງບໍລິສັດຜ່ານຊ່ອງທາງການຄ້ານີ້. ລາຍລະອຽດເພີ່ມຕຶ່ມແມ່ນໃຫ້ປະຕິບັດຕາມຂໍ້ກໍານົດ ແລະ ເງື່ອນໄຂວ່າດ້ວຍຄະແນນຈິງໃຈ ຢູ່ໃນລິ້ງ [RewardsIncentivesPage -ກ່ຽວກັບຄະແນນຈິງໃຈ].
5. ການຈັດສົ່ງ
5.1. ບໍລິສັດຈະຈັດຫາຜູ້ຂົນສົ່ງ ເພື່ອຈັດສົ່ງຜະລິດຕະພັນໃຫ້ລູກຄ້າອີງຕາມຄຳສັ່ງຊື້ ແລະ ໃບບິນເກັບເງິນ. ເມື່ອມີການຈັດສົ່ງ, ລູກຄ້າຕ້ອງໄດ້ກວດສອບຈໍານວນ ແລະ ລັກສະນະພາຍນອກຂອງຜະລິດຕະພັນກ່ອນທີ່ຜູ້ຂົນສົ່ງອອກຈາກຮ້ານຄ້າ. ໃນກໍລະນີສິນຄ້າທີ່ຖືກຈັດສົ່ງບໍ່ຖືກຕ້ອງຕາມຈຳນວນ ຫຼື ຄຸນລັກສະນະ, ລູກຄ້າຕ້ອງເຮັດບັນທຶກເພື່ອສົ່ງຄືນກັບຜູ້ຂົນສົ່ງ.
5.2. ການຮັບເອົາຜະລິດຕະພັນໂດຍບຸກຄົນໃດໜຶ່ງຢູ່ໃນທີ່ຢູ່ຂອງລູກຄ້າ ແມ່ນຖືວ່າເປັນການຈັດສົ່ງທີ່ຄົບຖ້ວນໂດຍບໍລິສັດ ເວັ້ນເສຍແຕ່ໄດ້ມີກໍານົດໄວ້ສະເພາະວ່າບຸກຄົນໃດເປັນຜູ້ໄດ້ຮັບມອບສິດໃນການຮັບຜະລິດຕະພັນຢ່າງເປັນລາຍລັກອັກສອນ.
5.3. ຜະລິດຕະພັນແມ່ນຈະຖືກຈັດສົ່ງໄປຍັງທີ່ຢູ່ຂອງລູກຄ້າເທົ່ານັ້ນ ແລະ ຈະບໍ່ຈັດສົ່ງໄປທີ່ຢູ່ອື່ນ. ເວັ້ນເສຍແຕ່ໄດ້ມີການເຫັນດີເປັນຢ່າງອື່ນໂດຍບໍລິສັດ.
6. ການຮັບປະກັນຄຸນນະພາບ
6.1. ຫາກບໍລິສັດ ຫຼື ລູກຄ້າໄດ້ຮັບຮູ້ເຖິງຂໍ້ບົກຜ່ອງໃດໜຶ່ງທີ່ກ່ຽວກັບຄຸນນະພາບ ຫຼື ຄວາມປອດໄພຂອງຜະລິດຕະພັນ (ໂດຍເປັນທີ່ເຂົ້າໃຈວ່າການຮ້ອງຮຽນໃດໆທີ່ກ່ຽວກັບຄວາມປອດໄພຂອງອາຫານແມ່ນເປັນເລື່ອງສຳຄັນຢູ່ສະເໝີ), ແມ່ນຈະແຈ້ງຫາອີກຝ່າຍທັນທີ ແລະ ປຶກສາກັບອີກຝ່າຍເພື່ອພິຈາລະນາວິທີການປະຕິບັດທີ່ເໝາະສົມ.
7. ຄວາມສ່ຽງ ແລະ ກຳມະສີດ
7.1. ກຳມະສິດ ແລະ ຄວາມສ່ຽງໃນຜະລິດຕະພັນ, ລວມທັງ ຄວາມສ່ຽງໃນການສູນຫາຍ, ການຖືກລັກຂະໂມຍ, ຄວາມເສຍຫາຍ ຫຼື ການຖືກທຳລາຍ, ແມ່ນຈະຖືກສົ່ງຕໍ່ໄປໃຫ້ລູກຄ້າເມື່ອມີການຮັບເອົາຜະລິດຕະພັນນັ້ນໆຕາມທີ່ໄດ້ກໍານົດໄວ້ໃນຂໍ້ກໍານົດ ແລະ ເງື່ອນໄຂທົ່ວໄປນີ້.
8. ຊັບສິນທີ່ຕ້ອງສົ່ງຄືນ
8.1. ຊັບສິນທີ່ຕ້ອງສົ່ງຄືນ ໝາຍເຖິງ ລັງ, ພາເລັດ, ແກ້ວເປົ່າ, ຖັງເບຍສົດ ແລະ ຊັບສິນອື່ນໆທີ່ຕ້ອງສົ່ງຄືນທີ່ບໍລິສັດເປັນເຈົ້າຂອງ ໂດຍທີ່ລູກຄ້າມີຄວາມຮັບຜິດຊອບໃນການເກັບຄືນຊັບສິນທີ່ຕ້ອງສົ່ງຄືນຈາກຜູ້ບໍລິໂພກຂອງຕົນ ແລະ ສົ່ງຄືນໃຫ້ກັບບໍລິສັດ (ຖ້າມີ).
8.2. ລູກຄ້າຕ້ອງນໍາໃຊ້ຊັບສິນທີ່ຕ້ອງສົ່ງຄືນຂອງບໍລິສັດດ້ວຍຄວາມລະມັດລະວັງ ແລະ ຢ່າງຖືກຕ້ອງ. ໃນກໍລະນີທີ່ມີການສູນຫາຍ ຫຼື ເສຍຫາຍທີ່ເກີິດຈາກການນໍາໃຊ້ຂອງລູກຄ້າ, ແມ່ນຈະຖືກຄິດໄລ່ເງິນຕາມລາຄາຕະຫຼາດຂອງອຸປະກອນດັ່ງກ່າວ.
9. ເຫດສຸດວິໄສ
9.1. ໂດຍບໍ່ໍຄໍານຶງເຖິງຂໍ້ກໍານົດອື່ນຂອງສັນຍາສະບັບນີ້, ທັງສອງຝ່າຍແມ່ນຈະບໍ່ຖືວ່າລະເມີດສັນຍາສະບັບນີ້, ຫຼື ມີຄວາມຮັບຜິດຊອບຕໍ່ອີກຝ່າຍ, ເນື່ອງຈາກຄວາມຫຼ້າຊ້າໃນການປະຕິບັດສັນຍາ ຫຼື ການບໍ່ປະຕິບັດພັນທະໃດໜຶ່ງພາຍໃຕ້ສັນຍາສະບັບນີ້, ຫາກຄວາມຫຼ້າຊ້າ ຫຼື ການບໍ່ປະຕິບັດສັນຍານັ້ນເກີດຈາກເຫດສຸດວິໄສ (ເຊັ່ນ ສົງຄາມ, ການກໍ່ການຮ້າຍ, ການກະທໍາຂອງລັດຖະບານ, ໄພທໍາມະຊາດ, ຫຼື ເຫດການທີ່ບໍ່ຄາດຄິດອື່ນໆທີ່ນອກເໜືອການຄວບຄຸມຂອງຄູ່ສັນຍາ), ໂດຍທີ່ໄດ້ມີການແຈ້ງໃຫ້ອີກຝ່າຍຮັບຊາບແລ້ວ. ໃນກໍລະນີນີ້ ການປະຕິບັດພັນທະແມ່ນຈະຖືກຂະຫຍາຍເວລາອອກໄປດ້ວຍເຫດນັ້ນ. ບໍລິສັດຈະແຈ້ງກ່ຽວກັບວັນທີໃນການຈັດສົ່ງໃໝ່ໃຫ້ກັບລູກຄ້າຊາບ ຢ່າງໜ້ອຍພາຍໃນ 48 ຊົ່ວໂມງ ຫຼື ຕາມສະພາບການຕົວຈິງ.
10. ການແຈ້ງການ
10.1. ແຈ້ງການ ຫຼື ປະກາດໃດໆຈາກບໍລິສັດ ອາດຖືກສົ່ງຜ່ານ ອີເມວ, ວ໋ອດແອັບ ຫຼື ຊ່ອງທາງການສື່ສານອື່ນໆ ຕາມດຸນພິນິດຂອງບໍລິສັດ, ໃນຮູບແບບຟາຍ ".pdf".
11. ການປົກປ້ອງຂໍ້ມູນ
11.1. ບໍລິສັດຈະເກັບກໍາ ແລະ ປະມວນຜົນລາຍລະອຽດການຕິດຕໍ່, ປະ ຫວັດການເຮັດທຸລະກໍາ, ລາຍລະອຽດການຊໍາລະ, ຂໍ້ມູນການຈ້າງງານ, ແລະ ຂໍ້ມູນສ່ວນບຸກຄົນອື່ນໆທີ່ຈໍາເປັນ, ກ່ຽວກັບລູກຄ້າ ແລະ ພະນັກງານຂອງລູກຄ້າ, ເພື່ອການເຮັດສັນຍາ ແລະ ປະຕິບັດສັນຍາ ແລະ ເພື່ອຈຸດປະສົງທາງທຸລະກິດທີ່ຖືກຕ້ອງຕາມກົດໝາຍ, ລວມທັງເພື່ອຮັກສາສາຍພົວພັນທາງທຸລະກິດ, ເພຶ່ອອໍານວຍຄວາມສະດວກໃຫ້ການສະໜອງຜະລິດຕະພັນ ແລະ ການບໍລິ ການທີ່ໄດ້ຕົກລົງກັນ. ເພື່ອສະສາງການຊໍາລະ, ເພື່ອດໍາເນີນການກວດສອບບາງຢ່າງເພື່ອຕ້ານການສໍ້ໂກງ ຫຼື ເຫດຜົນອື່ນໆ, ສຳລັບຈຸດປະສົງໃນການກວດສອດທາງບັນຊີ ແລະ ເພື່ອການປະເມີນພາຍໃນ. ໃນການປະຕິບັດຈຸດປະສົງເຫຼົ່ານີ້, ຂໍ້ມູນຂອງລູກຄ້າອາດຖືກແບ່ງປັນກັບບໍລິສັດອື່ນທີ່ຢູ່ໃນກຸ່ມບໍລິສັດ, ຜູ້ສະໜອງການບໍລິການ, ຜູ້ສະໜອງ ຫຼື ຄູ່ຮ່ວມທຸລະກິດ ທີ່ຢູ່ໃນ ແລະ ຢູ່ນອກສະຫະພັນເອິຣົບ/ເຂດເສດຖະກິດເອິີີຮົບ. ຂໍ້ມູນຂອງລູກຄ້າຈະຖືວ່າເປັນຄວາມລັບ, ຖືກປົກປ້ອງດ້ວຍມາດຕະການຮັກສາຄວາມປອດໄພທີ່ເໝາະສົມ, ແລະ ຖືກເກັບຮັກສາໄວ້ຕາມໄລຍະທີ່ກົດໝາຍອະນຸຍາດເທົ່ານັ້ນ, ຫຼັງຈາກນັ້ນ ຂໍ້ມູນດັ່ງກ່າວແມ່ນຈະຖືກລຶບ. ນະໂຍບາຍຄວາມເປັນສ່ວນຕົວຂອງບໍລິສັດແມ່ນສາມາດເບິ່ງໄດ້ທີ່ ນະໂຍບາຍສາກົນ (carlsberggroup.com). ໃນເວລາໃດກໍໄດ້, ລູກຄ້າອາດຂໍຂໍ້ມູນເພີ່ມຕຶ່ມກ່ຽວກັບການປະມວນຜົນຂໍ້ມູນສ່ວນບຸກຄົນຂອງຕົນ ແລະ ຂໍໃຫ້ແກ້ໄຂ, ລຶບ ຫຼື ຈໍາກັດການປະມວນຜົນ. ໃນການດຳເນີນການດັ່ງກ່າວ, ກະລຸນາຕິດຕໍ່ຫາ privacy@carlsberg.com. ຫາກລູກຄ້າມີຂໍ້ຮ້ອງຮຽນໃດໆກ່ຽວກັບການປະມວນຜົນຂອງບໍລິສັດ ກ່ຽວກັບຂໍ້ມູນສ່ວນບຸກຄົນ, ລູກຄ້າຄວນຕິດຕໍ່ຫາບໍລິສັດ ກ່ອນທີ່ຈະຕິດຕໍ່ຫາໜ່ວຍງານຄຸ້ມຄອງການປົກປ້ອງຂໍ້ມູນ.
12. ກົດໝາຍທີ່ຄຸ້ມຄອງ ແລະ ການແກ້ໄຂຂໍ້ຂັດແຍ່ງ
12.1. ທຸລະກໍາການຄ້ານີ້ ແມ່ນຖືກຄຸ້ມຄອງໂດຍ ແລະ ຕີຄວາມໝາຍຕາມ ກົດໝາຍຂອງ ສປປ ລາວ.
12.2. ໃນກໍລະນີທີ່ມີຂໍ້ຂັດແຍ່ງ, ຄູ່ສັນຍາແມ່ນຈະຕ້ອງມີການເຈລະຈາດ້ວຍສັນຕິວິທີໃນເບື້ອງຕົ້ນ. ຫາກຂໍ້ຂັດແຍ່ງບໍ່ສາມາດແກ້ໄຂໄດ້ດ້ວຍການເຈລະຈາ, ແມ່ນໃຫ້ຍື່ນຫາ ແລະ ແກ້ໄຂຂັ້ນສຸດທ້າຍໂດຍອີງຕາມກົດໝາຍຂອງ ສປປ ລາວ ແລະ ສານປະຊາຊົນນະຄອນຫຼວງວຽງຈັນບ່ອນທີ່ສໍານັກງານໃຫຍ່ຂອງບໍລິສັດຕັ້ງຢູ່.